作词 : Anly Panouvong
作曲 : Anly Panouvong
Zamio P :
ເຈົ້າມີລະບໍຄົນທີ່ຈະໄຖນາໃຫ້
ສິມັກອ້າຍບໍ ຖ້າອ້າຍເປັນຄົນໄຖໄວ
ຖ້ານາຖົ່ງນ້ອຍຂອງນ້ອງມັນແຫ່ງເກີນໄປ
ອ້າຍສິອາສາ ເອົານ້ຳເຂົ້ານານ້ອງໃຫ້
ງາມທັງໃຈແລະກາຍາ
ຂຽນຂຶ້ນມາໃນໃບລານ
ໜຶ່ງໃນໃຈກໍຄືນາງ
ຄົນທຳມະດາແຕ່ໃຈງາມ
Only You ຈະມີແຕ່ You
ໃຫ້ເຊື່ອໃຈຜູ້ຊາຍລ້ຽງງົວ
ອ້າຍຈະບໍ່ເປັນຄົນຂີ້ຈຸ
ຖ້າຫາກວ່າເຈົ້າເຮັດປາກຈຸບຸນະ Baby!
ອ້າຍນີ້ເປັນຊາວນາ ໃບປະລິນຍາບໍ່ເຄີຍຈັບ
ກັບເຂົ້າອ້າຍກິນແກງປາ ບໍ່ມີພິດຊ້າ ມາໃຫ້ກັດ
ຢູ່ບ້ານນອກຄອກນາ ບໍ່ມີປັນຫາຄວາມແອອັດ
ມີປະປູກຸ້ງປາ ຕອນຝົນຕົກມາເຮົາກໍ່ອາບ
STS73:
ໃນມື້ຕາເວັນທີ່ຄ່ຳແດງ
ຄິດຮອດແຕ່ເຈ້າແມ່ກ້ອນຄຳ
ໂຕອ້າຍບໍ່ມີແມ່ນແບັງແດງ
ແຕ່ກໍຢາກໄດ້ແມ່ງາມຂຳ
ເປັນຄົນທີ່ບໍ່ຫລໍ່ ຖ້າຫາກບໍ່ຖືກໃຈ
ອ້າຍຄົບໃຜຕໍ່ໃຜ ບໍ່ໃຊ້ທີ່ຫນ້າຕາ
ຊີວິດມີເພື່ອສູ້ ຈະຢູ່ຫລືຈະໄປ
ມັນວັດກັນທີ່ໃຈບໍ່ໃຊ້ແຄ່ທີ່ປາກ Aey!
Zamio P :
ເຈົ້າມີລະບໍຄົນທີ່ຈະໄຖນາໃຫ້
ສິມັກອ້າຍບໍ ຖ້າອ້າຍເປັນຄົນໄຖໄວ
ຖ້ານາຖົ່ງນ້ອຍຂອງນ້ອງມັນແຫ່ງເກີນໄປ
ອ້າຍສິອາສາ ເອົານ້ຳເຂົ້ານານ້ອງໃຫ້
STS73 :
ໂອເດ້ນ້ອງພີ່ໃຈດວງນີ້ມີພຽງນາງ
ຢ່າໄປສົນໃຈກັບຄຳເວົ້າຄົນເລົ່າຂານ
ປຽບດັ່ງໂຕເຈົ້ານັ້ນເປັນເຫຍື່ອ
ອ້າຍກໍເປັນດັ່ງນາຍພານ
ຢ່າໄປສົນໃຈກັບອາດີດທີ່ຜ່ານມາແຄ່ວັນວານ
ອ້າຍເປັນແຄ່ລູກຊາວນາບໍ່ມີຜູ້ໃດມາຈັບຈອງ
ກໍເຈົ້າເປັນດາວຢູ່ເທິງຟ້າບໍ່ມີປັນຍາຊິຄອບຄອງ
ອ້າຍເປັນຄົນທຳມະດາ ບໍ່ໄດ້ມີດອກເງິນຄຳ
ເຮັດວຽກເຮັດງານເປັນປະຈຳ
ເຈົ້າຄົງບໍ່ສົນແລະບໍ່ວົນບໍ່ເວົ້ານຳ Aey!
TA J :
ເພາະຄວາມນ່າຮັກຂອງເຈົ້າເຮັດໄຫ້ຕ້ອງໂທຫາກູ້ໄພ
ສະເນ່ຂອງຄວາມນ່າຮັກ.ມັນເຮັດໄຫ້ອ້າຍເປັນໂລກຫົວໃຈ
ເຈົ້າມີເວດມົນອັນໃດ. ຄືເຮັດໄຫ້ອ້າຍຕ້ອງຫລົງໄຫລ
ຮອຍຍີ້ມຂອງເຈົ້າ. ມັນຂ້າຄົນຕາຍ ເຈົ້າໂຄດຈະອັນຕະລາຍ
ຕ້ອງໄດ້ກາຍເປັນຊຸບເປີແມນ
ເພື່ອຕ້ອງການເຈົ້າມາເປັນແຟນ
ອ້າຍບໍມີໃບ20 ມີແຕ່ໃບແສນ
ຫວັງວ່ານ້ອງນັ້ນຈະມາເບີ່ງແຍງ
ອ້າຍມັກເຈົ້າແຮງເດີ້.ຫລ້າຄຳແພງເອີຍ.
ຍາມເວລາແນມ
ຕາຮັກປານນິອ້າຍບໍ່ເຄິຍເຫັນເລີຍ
ໂອແມ່ສາມເຊີຍ เอี่งเอีย
Zamio P :
ອ້າຍສິໄປໄຖນາ ຊ່ວຍພໍ່ເຈົ້າ
ອ້າຍຈະຕື່ນແຕ່ເຊົ້າ ເຮັດວຽກງານ
ຈະບໍ່ໄປໂລເລ ເສເພວັນວັນ
ມີແຕ່ລົດໄຖນາ ແຕ່ສັນຍາຈະຮັກນາງ
Zamio P :
ເຈົ້າມີລະບໍຄົນທີ່ຈະໄຖນາໃຫ້
ສິມັກອ້າຍບໍ ຖ້າອ້າຍເປັນຄົນໄຖໄວ
ຖ້ານາຖົ່ງນ້ອຍຂອງນ້ອງມັນແຫ່ງເກີນໄປ
ອ້າຍສິອາສາ ເອົານ້ຳເຂົ້ານານ້ອງໃຫ້
ອ້າຍນີ້ເປັນຊາວນາ ໃບປະລິນຍາບໍ່ເຄີຍຈັບ
ກັບເຂົ້າອ້າຍກິນແກງປາ ບໍ່ມີພິດຊ້າ ມາໃຫ້ກັດ
ຢູ່ບ້ານນອກຄອກນາ ບໍ່ມີປັນຫາຄວາມແອອັດ
ມີປະປູກຸ້ງປາ ຕອນຝົນຕົກມາເຮົາກໍ່ອາບ